lo_exo_text_ulb_l3/32/05.txt

1 line
971 B
Plaintext

\v 5 ເມື່ອອາໂຣນເຫັນດັ່ງນັ້ນແລ້ວ, ລາວຈຶ່ງໄດ້ສ້າງແທ່ນບູຊາໄວ້ຕໍ່ຫນ້າຮູບລູກງົວນັ້ນ ແລະລາວໄດ້ປະກາດວ່າ: "ມື້ອຶ່ນຈະເປັນງານລ້ຽງຖວາຍພຣະກຽດແດ່ພຣະຢາເວ." \v 6 ປະຊາຊົນກໍລຸກຂື້ນແຕ່ເຊົ້າໃນມື້ຕໍ່ມາ ແລະ ໄດ້ຖວາຍບັນດາເຄື່ອງເຜົາບູຊາ ແລະໄດ້ນຳບັນດາເຄື່ອງບູຊາເພື່ອຄວາມສາມັກຄີທຳມາ. ແລ້ວປະຊາຊົນກໍໄດ້ນັ່ງລົງກິນ ແລະ ດື່ມ, ແລະແລ້ວກໍໄດ້ລຸກຂື້ນມ່ວນຊື່ນໃນງານລ້ຽງຢ່າງເມົາມາຍ.