lo_exo_text_ulb_l3/29/26.txt

1 line
1.3 KiB
Plaintext

\v 26 ເຈົ້າຕ້ອງເອົາຊີ້ນສ່ວນເອີກຈາກແກະໂຕຜູ້ສຳລັບຖວາຍຂອງອາໂຣນ ແລະຖວາຍໂບກເປັນເຄື່ອງຖວາຍບູຊາ ຕໍ່ຫນ້າພຣະຢາເວ, ແລະມັນຈະເປັນສ່ວນແບ່ງຂອງເຈົ້າ. \v 27 ເຈົ້າຕ້ອງເອົາຊີ້ນເອີກຂອງເຄື່ອງຖວາຍໂບກບູຊາທີ່ຖວາຍໂບກແລ້ວ ແຍກອອກໄວ້ສຳລັບເຮົາ, ແລະຊີ້ນກົ້ກຂາທີ່ເປັນສ່ວນຂອງປະໂຣຫິດ - ທັງສ່ວນເອີກທີຖວາຍໂບກແລ້ວ ແລະ ຊີ້ນກົ້ກຂາຊຶ່ງຈະເປັນແບ່ງຂອງອາໂຣນ ແລະບັນດາລູກຊາຍຂອງລາວ. \v 28 ສີ່ງເຫລົ່ານີ້ຈະເປັນກົດຕະຫລອດໄປສຳລັບອາໂຣນ ແລະບັນດາລູກຊາຍຂອງລາວ. ທີ່ຈະໄດ້ຮັບຈາກປະຊາຊົນອິສະຣາເອນ ເພື່ອຖວາຍແດ່ພຣະຢາເວ ຈາກເຄື່ອງຖວາຍສັນຕິບູຊາ.