lo_exo_text_ulb_l3/28/10.txt

1 line
1.3 KiB
Plaintext

\v 10 ຫິນແຜ່ນທີ່ຫນຶ່ງຈະຕ້ອງມີຫົກຊື່, ແລະອີກຫົກຊື່ຕ້ອງຢູ່ເທີງຫີນອີກແຜ່ນ, ຕາມລຳດັບການເກີດຂອງບັນດາລູກຊາຍ. \v 11 ວຽກຂອງຊ່າງແກະສະຫລັກຫີນ ເປັນເຫມືອນຢ່າງສະຫລັກກາ, ເຈົ້າຕ້ອງແກະສະຫລັກຫິນສອງແຜ່ນດ້ວຍຊື່ຂອງລູກຊາຍສິບສອງຄົນຂອງອິສະຣາເອນ. ເຈົ້າຕ້ອງຕິດບັນດາຫິນເທີງເຮືອນຄຳ. \v 12 ເຈົ້າຕ້ອງຮ້ອຍຫີນທັງກ້ອນນີ້ ເຂົ້າກັບແຖບທັງສອງຂ້າງຂອງເສື້ອເອໂຟດ, ຫີນເຫລົ່ານັ້ນຈະເຮັດໃຫ້ພຣະຢາເວລະນຶກເຖີງບັນດາລູກຊາຍຂອງອິສະຣາເອນ. ອາໂຣນຈະແບກຊື່ຂອງພວກເຂົາທັງຫມົດໄວ້ເທີງບ່າທັງສອງຂ້າງ ຕໍ່ຫນ້າພຣະຢາເວເພື່ອໃຫ້ເປັນທີ່ລະນຶກເຖີງ.