lo_exo_text_ulb_l3/20/04.txt

1 line
1.3 KiB
Plaintext

\v 4 ພວກເຈົ້າຕ້ອງບໍ່ເຮັດຮູບແກະສະຫລັກໃດສຳລັບຕົນ ຫລືຮູບເຫມືອນຂອງສີ່ງໃດ ຊຶ່ງມີຢູ່ໃນຟ້າສະຫວັນເບື້ອງເທີງ, ຫລືໃນແຜ່ນດີນໂລກເບື່ອງລຸ່ມ, ຫລື່ສີ່ງທີຢູ່ໃນນໍ້າເບື່ອງລຸ່ມ. \v 5 ພວກເຈົ້າຕ້ອງບໍ່ຂາບໄຫວ້ພວກມັນ ຫລືນະມັດສະການພວກມັນ, ເພາະເຮົາ, ພຣະຢາເວພຣະເຈົ້າຂອງພວກເຈົ້າ, ເປັນພຣະເຈົ້າຜູ້ຫວງແຫນ. ເຮົາລົງໂທດຄວາມຊົ່ວຂອງບັນພະບູລຸດໂດຍນຳການລົງໂທດຕົກທອດໄປເຖິງລູກຫລານ. ເຖີງສາມແລະສີ່ເຊັ່ນຄົນຜູ້ທີເຮົາກຽດຊັງ. \v 6 ແຕ່ເຮົາສະແດງຄວາມສັດຊື່ຕໍ່ພັນທະສັນຍາຕໍ່ຄົນນັບພັນ ຜູ້ທີຮັກເຮົາ ແລະຖືຮັກສາພຣະບັນຍັດທັງຫລາຍຂອງເຮົາ.