lo_exo_text_ulb_l3/18/09.txt

1 line
1.2 KiB
Plaintext

\v 9 ເຢທະໂຣກໍຊື່ນຊົມຍີນດີ ທີ່ໄດ້ຮູ້ເຖີງຄວາມດີທັງຫມົດ ຊຶ່ງພຣະຢາເວໄດ້ເຮັດເພື່ອອິສະຣາເອນ, ໃນການທີ່ພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຈາກມືຂອງຊາວເອຢິບ. \v 10 ເຢທະໂຣໄດ້ກ່າວວ່າ, "ສາທຸການແດ່ພຣະຢາເວ, ຜູ້ໄດ້ຊ່ວຍເຈົ້າໃຫ້ລອດພົ້ນຈາກມືຂອງຊາວເອຢິບ ແລະຈາກມືຂອງຟາໂຣ, ແລະປົດປ່ອຍປະຊາຊົນໃຫ້ພົ້ນຈາກມືຂອງຊາວເອຢິບ. \v 11 ບັດນີ້ຂ້ານ້ອຍຮູ້ວ່າພຣະຢາເວເປັນໃຫຍ່ກວ່າພະທັງຫລາຍ, ເພາະເມື່ອຊາວເອຢິບກົດຂີ່ຊາວອິສະຣາເອນຢ່າງເຫັນແກ່ຕົວ, ພຣະເຈົ້າໄດ້ຊ່ວຍປະຊາຊົນຂອງພຣະອົງ.