lo_exo_text_ulb_l3/16/31.txt

1 line
926 B
Plaintext

\v 31 ປະຊາຊົນອິສະຣາເອນເອີ້ນຊື່ອາຫານນັ້ນວ່າ "ມານາ." ເປັນເມັດສີຂາວເຫມືອນເມັດຜັກຊີ, ແລະມີຣົດຊາດເຫມືອນຂະຫມົມປະສົມນໍ້າເຜີ້ງ. \v 32 ໂມເຊໄດ້ກ່າວວ່າ, "ພຣະຢາເວໄດ້ສັ່ງໄວ້ວ່າ: 'ຈົ່ງຜອງມານາຫນຶ່ງໂອເມີ ເກັບໄວ້ຕະຫລອດຊົວຊາດພັນຂອງເຈົ້າ ເພື່ອພວກເຂົາຈະໄດ້ເຫັນອາຫານ ຊຶ່ງເຮົາລ້ຽງພວກເຈົ້າໃນຖີ່ນແຫ້ງແລ້ງກັນດານ, ຫລັງຈາກເຮົານຳພວກເຈົ້າອອກມາຈາກແຜ່ນດີນເອຢິບ.'"