lo_exo_text_ulb_l3/16/01.txt

1 line
1.4 KiB
Plaintext

\c 16 \v 1 ປະຊາຊົນໄດ້ເດີນທາງອອກຈາກເອລິມ, ແລະຊຸມຊົນຂອງຊາວອິສະຣາເອນທັງຫມົດໄດ້ມາເຖີງຖີ່ນແຫ້ງແລ້ງກັນດານສີນ, ຊຶ່ງຢູ່ລະຫວ່າງເອລິມແລະຊີນາຍ, ໃນວັນທີສິບຫ້າເດືອນສອງ ພາຍຫລັງອອກຈາກແຜ່ນດີນເອຢິບ. \v 2 ຊຸມຊົນທັງຫມົດຂອງຊາວອິສະຣາເອນຈົ່ມຕໍ່ວ່າໂມເຊ ແລະອາໂຣນໃນຖີ່ນແຫ້ງແລ້ງກັນດານ. \v 3 ຊາວອິສະຣາເອນກ່າວກັບພວກເຂົາວ່າ, "ຖ້າຫາກເຮົາໄດ້ຕາຍເສຍໃນແຜ່ນດີນເອຢິບ ດ້ວຍມືຂອງພຣະຢາເວໃນເອຢິບ ໃນເມື່ອພວກເຮົານັງຢູ່ໃກ້ຫມໍ້ຊີ້ນ ແລະກິນເຂົ້າຈີ່ຢ່າງອີ່ມຫນໍ່າ. ເພາະເຈົ້າໄດ້ນໍາພວກເຮົາມາຍັງຖີ່ນແຫ້ງແລ້ງກັນດານນີ້ ເພື່ອຈະຂ້າຊຸມຊົນທັງຫມົດຂອງເຮົາດ້ວຍຄວາມອຶດຫິວ."