lo_exo_text_ulb_l3/14/15.txt

1 line
1.4 KiB
Plaintext

\v 15 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ເປັນຫຍັງ, ໂມເຊ, ຈຶ່ງມາຮ້ອງທຸກຕໍ່ເຮົາອີກ? ຈົ່ງສັ່ງອິສະຣາເອນໃຫ້ເດີນທາງຕໍ່ໄປ. \v 16 ຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂື້ນ, ແລ້ວຍື່ນມືອອກໄປເຫນືອທະເລ ແລະແຍກມັນອອກໃຫ້ເປັນສອງສ່ວນ, ເພື່ອວ່າຊາວອິສະຣາເອນຈະຍ່າງຜ່ານທະເລເທີງດີນແຫ້ງໄດ້. \v 17 ຈົ່ງຮູ້ວ່າເຮົາກໍຈະເຮັດໃຫ້ໃຈຂອງຊາວເອຢິບແຂງກະດ້າງ ແລ້ວພວກເຂົາຈະຕາມພວກເຈົ້າໄປ. ເຮົາຈະໄດ້ຮັບກຽດ ເພາະຟາໂຣແລະທະຫານທັງຫມົດຂອງເພີ່ນ, ລົດຮົບຂອງເພີ່ນ, ແລະພົນມ້າທັງຫລາຍຂອງເພີ່ນ. \v 18 ແລ້ວຊາວເອຢິບຈະຮູ້ວ່າເຮົາຄືພຣະຢາເວ ເມື່ອເຮົາໄດ້ຮັບກຽດ ເພາະຟາໂຣ, ລົດມ້າທັງຫລາຍ, ແລະລົດຮົບຂອງພຣະອົງ.