lo_exo_text_ulb_l3/14/10.txt

1 line
1.4 KiB
Plaintext

\v 10 ເມື່ອຟາໂຣໄດ້ເຂົ້າມາໃກ້, ຊາວອິສະຣາເອນກໍໄດ້ເງີຍຫນ້າຂື້ນເບີ່ງ ແລະປະຫລາດໃຈ. ຊາວເອຢິບກຳລັງຍົກກອງທັບຕິດຕາມມາ, ແລະພວກເຂົາກໍຢ້ານຫລາຍ. ຊາວອິສະຣາເອນຈຶ່ງໄດ້ຮ້ອງຫາພຣະຢາເວ. \v 11 ພວກເຂົາໄດ້ກ່າວແກໂມເຊວ່າ, "ຂຸມຝັງສົບໃນເອຢິບບໍ່ມີບໍ, ທ່ານຈຶ່ງໄດພາພວກເຮົາອອກມາຕາຍໃນຖີ່ນແຫ້ງແລ້ງກັນດານນີ້? ເປັນຫຍັງທ່ານຈຶ່ງເຮັດກັບເຮົາຢ່າງນີ້, ຄືພາພວກເຮົາອອກມາຈາກເອຢິບ? \v 12 ເຮົາບອກທ່ານໃນເອຢິບແລ້ວບໍ່ແມ່ນບໍ? ເຮົາບອກທ່ານວ່າ, 'ຈົ່ງປ່ອຍພວກເຮົາຕາມລຳພັງ, ໃຫ້ພວກເຮົາຮັບໃຊ້ຊາວເອຢິບເທີ້ນ.' ເຮັດວຽກໃຫ້ພວກເຂົາກໍຍັງດີກວ່າ ພວກເຮົາມາຕາຍໃນຖີ່ນແຫ້ງແລ້ງກັນດານນີ້."