lo_exo_text_ulb_l3/14/04.txt

1 line
1.2 KiB
Plaintext

\v 4 ເຮົາໄດ້ເຮັດໃຫ້ໃຈຂອງຟາໂຣາແຂງກະດ້າງ, ແລະລາວຈະໄລ່ຕິດຕາມພວກເຈົ້າ. ເຮົາຈະໄດ້ຮັບກຽດຍ້ອນຟາໂຣ ແລະກອງທັບທັງຫມົດຂອງລາວ. ຊາວເອຢິບຈະຮູ້ວ່າ ເຮົາຄືພຣະຢາເວ." ດັ່ງນັ້ນຊາວອິສະຣາເອນກໍໄດ້ຕັ້ງຄ້າຍດັງທີພວກເຂົາໄດ້ຮັບຄຳສັ່ງນັ້ນ. \v 5 ເມື່ອກະສັດເອຢິບໄດ້ຮູ້ວ່າຊາວອິສະຣາເອນໄດ້ຫນີໄປແລ້ວ, ທ່າທີຂອງຟາໂຣ ແລະບັນດາຂ້າຣາດຊະການຂອງເພີ່ນກໍປຽນມາຕໍ່ສູ້ປະຊາຊົນ. ພວກເຂົາ່ກ່າວວ່າ, "ພວກເຮົາໄດ້ເຮັດຫຍັງລົງໄປ ໃນການປ່ອຍພວກອິສະຣາເອນໄປລ້າໆ ແທນທີຈະເຮັດວຽກຮັບໃຊ້ເຮົາ?