lo_exo_text_ulb_l3/35/27.txt

1 line
961 B
Plaintext

\v 27 ພວກຜູ້ນຳກໍນຳຫີນອ່ອນ ແລະພອຍອຶ່ນໆ ສຳລັບຕິດໃນເອໂຟດ ແລະເສື້ອຮັດເອີກ; \v 28 ພວກເຂົາໄດ້ນຳພວກເຄື່ອງເທດ ນໍ້າມັນສຳລັບຕະກຽງຕ່າງໆ, ນໍ້າມັນສຳລັບເຈີມ, ແລະເຄື່ອງເທດສຳລັບປຸງເຄື່ອງຫອມ. \v 29 ຊາວອິສະຣາເອນທີ່ເຕັມໃຈກໍນຳພວກເຂົາແດ່ພຣະຢາເວ; ສຳລັບວຽກທຸກຢ່າງ ຊາຍແລະຍິງທຸກຄົນທີ່ເຕັມໃຈ ກໍໄດ້ນຳວັດສະດຸຕ່າງໆທີ່ໃຊ້ສຳລັບວຽກ ຊຶ່ງພຣະຢາເວໄດ້ສັ່ງຜ່ານທາງໂມເຊໃຫ້ພວກເຂົາເຮັດ.