lo_exo_text_ulb_l3/17/01.txt

1 line
1.4 KiB
Plaintext

\c 17 \v 1 ຊຸມນຸມຊົນອິສະຣາເອນທັງຫມົດໄດ້ອອກເດີນທາງຈາກຖີ່ນແຫ້ງແລ້ງກັນດານຊິນ, ຕາມຄຳສັ່ງຂອງພຣະຢາເວ. ພວກເຂົາໄດ້ຕັ້ງຄ້າຍທີເຣຟິດິມ, ແຕ່ທີ່ນັ້ນບໍ່ມີນໍ້າໃຫ້ປະຊາຊົນດື່ມ. \v 2 ດັ່ງນັ້ນປະຊາຊົນຈຶ່ງກ່າວໂທດໂມເຊເຖີງສະຖານະການຂອງພວກເຂົາ ແລະກ່າວວ່າ, "ຈົ່ງໃຫ້ນໍ້າພວກເຮົາດື່ມແມ້." ໂມເຊຕອບວ່າ, "ພວກເຈົ້າຫາເລື່ອງເຮົາເຮັດຫຍັງ? ເປັນຫຍັງພວກເຈົ້າຈຶ່ງທົດລອງພຣະຢາເວ?" \v 3 ປະຊາຊົນຫິວນໍ້າຫລາຍ, ແລະພວກເຂົາໄດ້ຈົ່ມຕໍ່ສູ້ໂມເຊ. ພວກເຂົາເວົ້າວ່າ, "ເປັນຫຍັງທ່ານຈຶ່ງໄດພາກເຮົາອອກຈາກເອຢິບ? ມາເພື່ອຈະຂ້າພວກເຮົາ ແລະ ລູກໆຂອງພວກເຮົາ ແລະ ຝູງສັດຂອງພວກເຮົາໃຫ້ຫິວນໍ້າຕາຍຫລື?"