lo_exo_text_ulb_l3/08/01.txt

1 line
1.5 KiB
Plaintext

\c 8 \v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ,"ຈົ່ງໄປຫາຟາໂຣແລະບອກລາວວ່າ,'ພຣະຢາເວກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະໄດ້ນະມັດສະການເຮົາ. \v 2 ຖ້າເຈົ້າປະຕິເສດທີຈະປ່ອຍພວກເຂົາໄປ, ເຮົາຈະສົ່ງຝູງກົບຂື້ນມາເຮັດໃຫ້ເຈົ້າເດືອດຮ້ອນ. \v 3 ແມ່ນໍ້າຈະເຕັມໄປດ້ວຍຝູງກົບ. ພວກມັນຈະຂື້ນມາ ແລະເຂົ້າໄປໃນເຮືອນຂອງເຈົ້າ, ໃນຫ້ອງນອນຂອງເຈົ້າ, ແລະຕຽງນອນຂອງເຈົ້າ. ພວກມັນຈະເຂົ້າໄປໃນເຮືອນຂອງເຫລົ່າຂ້າຣາດຊະການຂອງເຈົ້າ. ພວກມັນຈະຢູ່ຕາມຕົນໂຕປະຊາຊົນຂອງເຈົ້າ, ເຂົ້າໃນເຕົາອົບຂອງເຈົ້າ, ແລະເຂົ້າໄປໃນຊາມປະສົມແປ້ງຂອງເຈົ້າ. \v 4 ຝູງກົບຈະຮຸກຮານເຈົ້າ, ປະຊາຊົນຂອງເຈົ້າ, ແລະຜູ້ຮັບໃຊ້ທັງຫມົດຂອງເຈົ້າ.'""