lo_exo_text_ulb_l3/07/08.txt

1 line
1.0 KiB
Plaintext

\v 8 ພຣະຢາເວກ່າວແກ່ໂມເຊແລະອາໂຣນ, \v 9 "ເມື່ອຟາໂຣສັ່ງເຈົ້າວ່າ, 'ຈົ່ງສຳແດງການສະຈັນເບີ່ງແມ້,' ແລ້ວເຈົ້າຈົ່ງບອກອາໂຣນວ່າ, 'ເອົາໄມ້ຄ້ອນເທົ້າໄປນຳ ແລະໂຍນມັນລົງຕໍ່ຫນ້າຟາໂຣ, ແລ້ວໄມ້ຄ້ອນເທົ້າຈະໄດ້ກາຍເປັນງູ.'" \v 10 ແລ້ວໂມເຊແລະອາໂຣນຈຶ່ງໄປຫາຟາໂຣ, ແລະພວກເຂົາໄດ້ເຮັດຕາມທີພຣະຢາເວສັ່ງໄວ້ນັ້ນ. ອາໂຣນໂຍນໄມ້ຄ້ອນເທົ້າຂອງລາວລົງຕໍ່ຫນ້າຟາໂຣ ແລະບັນດາຂ້າຣາຊະການຂອງເພີ່ນ, ແລະໄມ້ຄ້ອນເທົ້ານັ້ນກາຍເປັນງູ.