lo_exo_text_ulb_l3/07/03.txt

1 line
1.1 KiB
Plaintext

\v 3 ແຕ່ເຮົາຈະເຮັດໃຫ້ໃຈຂອງຟາໂຣແຂງກະດ້າງ, ແລະເຮົາຈະສຳແດງບັນດາຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາ, ທັງການອັດສະຈັນຫລາຍຢ່າງ, ໃນແຜ່ນດີນເອຢິບ. \v 4 ແຕ່ຟາໂຣກໍຈະບໍ່ເຊື່ອຟັງເຈົ້າ, ເພື່ອເຮົາຈະຍົກມືຂອງເຮົາເຫນືອເອຢິບ ແລະພາພົນໂຍທາຂອງເຮົາ, ປະຊາຊົນຂອງເຮົາ, ແລະບັນດາພົງພັນອິສະຣາເອນ, ອອກຈາກແຜ່ນດີນເອຢິບ ດ້ວຍການລົງໂທດຢ່າງໃຫຍ່ຫລວງ. \v 5 ຊາວເອຢິບຈະໄດ້ຮູ້ວ່າເຮົາຄືພຣະຢາເວ ເມື່ອເຮົາໄດ້ຍົກມືຂື້ນເຫນຶອເອຢິບ ແລະພາຊົນຊາດອິສະຣາເອນອອກຈາກທ່າມກາງພວກເຂົາ."