lo_exo_text_ulb_l3/05/06.txt

1 line
1.4 KiB
Plaintext

\v 6 ໃນມື້ດຽວກັນນັ້ນ, ຟາໂຣມີຄຳສັ່ງຕໍ່ນາຍງານ ແລະຫົວຫນ້າຄົນງານ. ເພີ່ນກ່າວວ່າ, \v 7 "ຕໍ່ໄປຈະບໍ່ຄືເກົ່າອີກ, ພວກເຈົ້າຢ່າໃຫ້ເຟື່ອງແກ່ພວກທາດສຳລັບໃຊ້ເຮັດດີນຈີ່. ຈົ່ງໃຫ້ພວກມັນໄປຫາເຟື່ອງເອງ. \v 8 ແຕ່ເຖີງຢ່າງໃດກໍດີ, ເຈົ້າຕ້ອງກຳນົດໃຫ້ພວກມັນເຮັດດີນຈີ່ໃຫ້ໄດ້ຈຳນວນເທົ່າເດີມ. ຢ່າໃຫ້ຫລຸດລົງ, ເພາະພວກມັນຂີ້ຄ້ານ. ນີ້ເປັນເຫດທີ່ເຮັດໃຫ້ພວກມັນພາກັນຮ້ອງຂໍ ແລະກ່າວວ່າ, 'ຂໍປ່ອຍໃຫ້ພວກເຮົາໄປ ແລະຖວາຍເຄື່ອງບູຊາແດ່ພຣະເຈົ້າຂອງພວກເຮົາດ້ວຍ.' \v 9 ຈົ່ງໃຫ້ພວກມັນເຮັດວຽກຫນັກເພີ່ມຂື້ນ ເພື່ອວ່າພວກມັນຈະໄດ້ມົວແຕ່ເຮັດວຽກ ແລະບໍ່ໄດ້ສົນໃຈກັບຄຳເວົ້າອັນໄຮ້ສາລະນັ້ນ."