lo_exo_text_ulb_l3/05/03.txt

1 line
1.4 KiB
Plaintext

\v 3 ພວກເຂົາຈຶ່ງກ່າວວ່າ,"ພຣະເຈົ້າຂອງຄົນເຮັບເຣີໄດ້ພົບກັບພວກຂ້ານ້ອຍ, ຂໍໂຜດອະນຸຍາດໃຫ້ພວກຂ້ານ້ອຍ ຈັກສາມມື້ເພື່ອເດີນທາງໄປໃນຖີ່ນແຫ້ງແລ້ງກັນດານ ແລະຖວາຍເຄື່ອງບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ ເພື່ອວ່າພຣະອົງຈະບໍ່ລົງໂທດພວກເຮົາດ້ວຍໄພພິບັດຫລືດ້ວຍດາບ." \v 4 ແຕ່ກະສັດແຫ່ງເອຢິບເວົ້າກັບພວກເຂົາວ່າ, "ໂມເຊ ແລະອາໂລນ, ຍ້ອນຫຍັງພວກເຈົ້າຈະເຮັດໃຫ້ປະຊາຊົນຖື້ມວຽກງານຂອງພວກເຂົາ? ຈົ່ງກັບໄປເຮັດວຽກຂອງພວກເຈົ້າ." \v 5 ເພີ່ນຍັງກ່າວອີກວ່າ,"ບັດນີ້ຄົນເຮັບເຣີມີຫລາຍໃນດີນແດນຂອງເຮົາ, ແລະພວກເຈົ້າກຳລັງເຮັດໃຫ້ພວກເຂົາຕ້ອງຢຸດວຽກ."