lo_exo_text_ulb_l3/04/29.txt

1 line
992 B
Plaintext

\v 29 ແລ້ວໂມເຊກັບອາໂລນຈຶ່ງອອກໄປ ແລະເອີ້ນປະຊຸມບັນດາຜູ້ອາວຸໂສຂອງຊາວອິສຣາເອນພ້ອມກັນ. \v 30 ອາໂລນຈຶ່ງກ່າວຖ້ອຍຄຳທັງຫມົດຂອງພຣະຢາເວ ຊຶ່ງໄດ້ກ່າວກັບໂມເຊ. ໂມເຊໄດ້ສະແດງຫມາຍສຳຄັນໂດຍຣິດອຳນາດຂອງພຣະຢາເວຕໍ່ຫນ້າປະຊາຊົນ. \v 31 ປະຊາຊົນກໍໄດ້ເຊື່ອ. ເມື່ອໄດ້ຍີນວ່າພຣະຢາເວໄດ້ມາຫາຊົນຊາດອິສຣາເອນ ແລະພຣະອົງໄດ້ເຫັນຄວາມທຸກຍາກຂອງພວກເຂົາແລ້ວ, ພວກເຂົາຕ່າງກໍຂາບລົງແລະນະມັດສະການພຣະອົງ.