lo_exo_text_ulb_l3/04/18.txt

1 line
1.2 KiB
Plaintext

\v 18 ໂມເຊຈຶ່ງກັບໄປຫາເຢທະໂຣພໍ່ເຖົ້າຂອງຕົນ ແລະບອກເພີ່ນວ່າ,"ຂໍໃຫ້ລູກໄປຫາຍາດພີ່ນ້ອງຂອງລູກຊຶ່ງຢູ່ໃນເອຢິບ ແລະເພື່ອຈະໄດ້ເບີ່ງວ່າເຂົາຍັງມີຊີວິດຢູ່ຫລືບໍ່." ເຢທະໂຣຕອບໂມເຊວ່າ,"ຈົ່ງໄປດ້ວຍສັນຕິສຸກເທີ້ນ." \v 19 ພຣະຢາເວກ່າວກັບໂມເຊໃນດີນແດນມີດີອານວ່າ,"ຈົ່ງໄປ, ກັບໄປເອຢິບ, ເພາະຄົນທັງຫລາຍທີ່ພະຍາຍາມລ່າເອົາຊີວິດຂອງເຈົ້ານັ້ນຕາຍແລ້ວ." \v 20 ໂມເຊຈຶ່ງພາເມຍ ແລະບັນດາລູກຊາຍຂອງຕົນຂີ່ໂຕລໍ. ລາວກັບໄປຍັງດີນແດນເອຢິບ, ແລະລາວກໍຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄວ້ໃນມືຂອງຕົນ.