lo_exo_text_ulb_l3/01/01.txt

1 line
787 B
Plaintext

\c 1 \v 1 ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງອິສະຣາເອນ ຜູ້ໄດເຂົ້າໄປໃນປະເທດເອຢີບກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື: \v 2 ຣູເບັນ, ຊີເມໂອນ, ເລວີ, ແລະຢູດາ, \v 3 ອິດຊາຄາ, ເຊບູໂລນ, ແລະເບັນຢາມີນ, \v 4 ດານ, ເນັບທາລີ, ແລະອາເຊ. \v 5 ຄົນທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງຢາໂຄບເຈັດສິບຄົນ. ສ່ວນໂຢເຊັບນັ້ນຢູ່ໃນເອຢີບແລ້ວ.