lo_exo_text_ulb_l3/40/36.txt

1 line
1.0 KiB
Plaintext

\v 36 ເມື່ອໃດກໍຕາມ ທີ່ເມກນັ້ນລອຍຂື້ນຈາກຫໍເຕັນ, ປະຊາຊົນອິສະຣາເອນກໍຈະອອກເດີນທາງຕໍ່ໄປ. \v 37 ແຕ່ຫາກວ່າເມກນັ້ນບໍ່ໄດ້ລອຍຂື້ນໄປຈາກຫໍເຕັນ, ແລ້ວປະຊາຊົນກໍຈະບໍ່ອອກເດີນທາງເລີຍ. ພວກເຂົາຈະຄອຍຖ້າຢູ່ຈົນກວ່າຈະເຖິງມື້ທີ່ເມກນັ້ນລອຍຂຶ້ນໄປ. \v 38 ເພາະເມກຂອງພຣະຢາເວຢູ່ເຫນືອຫໍເຕັນໃນຕອນກາງເວັນ, ແລະໄຟຂອງພຣະອົງກໍຢູ່ເຫນືອຫໍເຕັນໃນຕອນກາງຄືນ, ປະຊາຊົນຊາວອິສະຣາເອນທັງຫມົດໄດ້ເຫັນສີ່ງນີ້ຕະຫລອດການເດີນທາງ.