lo_exo_text_ulb_l3/40/08.txt

1 line
1.3 KiB
Plaintext

\v 8 ເຈົ້າຕ້ອງເຮັດລານໄວ້ຮອບໆ, ແລະເຈົ້າຕ້ອງຕິດຜ້າກັ້ງບັງຕາໄວ້ທີ່ທາງເຂົ້າລານ. \v 9 ເຈົ້າຕ້ອງເອົານໍ້າມັນເຈີມມາ ແລະເຈີມຫໍເຕັນ ແລະທຸກໆສີ່ງໃນນັ້ນ. ເຈົ້າຕ້ອງຊຳຣະເຄື່ອງໃຊ້ທຸກຢ່າງ ແລະຂອງຕົກແຕ່ງໃຫ້ບໍຣິສຸດສຳລັບເຮົາ; ແລ້ວຫໍເຕັນນັ້ນຈະບໍຣິສຸດ. \v 10 ເຈົ້າຕ້ອງເຈີມແທ່ນເຄື່ອງເຜົາບູຊາ ແລະເຄື່ອງໃຊ້ທຸກຢ່າງເທິງແທ່ນບູຊາ. ເຈົ້າຕ້ອງຊຳຣະແທ່ນນັ້ນໃຫ້ບໍຣິສຸດສຳລັບເຮົາ ແລະແທ່ນບູຊານັ້ນຈະບໍຣິສຸດຫລາຍສຳລັບເຮົາ. \v 11 ເຈົ້າຕ້ອງເຈີມທັງອ່າງທອງແດງ ແລະຖານຮອງອ່າງ ແລະອີກທັງຊຳຣະໃຫ້ບໍຣິສຸດສຳລັບເຮົາ.