lo_exo_text_ulb_l3/25/19.txt

1 line
1.2 KiB
Plaintext

\v 19 ເຄຣູບທີຫນຶ່ງໄວ້ອີກດ້ານຫນຶ່ງຂອງຝາຫິບລົບລ້າງບາບ, ແລະອີກອົງຫນຶ່ງໄວ້ບ່ອນອີກດ້ານຫນຶ່ງ ທັງສອງອົງນີ້ຕ້ອງຕີຂື້ນຮູບ ເປັນເນື້ອດຽວກັນກັບຝາຫິບລົບລ້າງບາບ. \v 20 ເຄຣູບຕ້ອງກາງປີກອອກ ແລະເຮັດໃຫ້ເກີດເງົາປົກຄຸມເທິງຝາກັບພວກເຂົາ. ຝາຫິບລົບລ້າງບາບ ເຄຣູບຕ້ອງຫັນຫນ້າເຂົ້າຫາກັນ ແລະເບີ່ງມາຍັງທາງກາງຝາຫິບລົບລ້າງບາບ. \v 21 ເຈົ້າຕ້ອງວາງຝາຫິບລົບລ້າງບາບນີ້ໄວ້ເທິງຫິບພັນທະສັນຍາ ແລະເຈົ້າຕ້ອງໃສ່ສີ່ງຊຶ່ງເຮົາຈະໃຫ້ເຈົ້າໄວ້ໃນຫິບພັນທະສັນຍາແຫ່ງຄຳສັ່ງ.