lo_exo_text_ulb_l3/27/01.txt

1 line
710 B
Plaintext

\c 27 \v 1 ເຈົ້າຕ້ອງເຮັດແທ່ນບູຊາຈາກໄມ້ກະຖິນເທດຍາວຫ້າສອກ ແລະກວ້າງຫ້າສອກ. ແທ່ນບູຊາຈະຕ້ອງເປັນສີ່ລ່ຽມຈັດຕຸລັດ ແລະສູງສາມສອກ. \v 2 ເຈົ້າຕ້ອງເຮັດຍອດແທ່ນສີ່ມູມເທິງໃຫ້ແຫລມເຫມືອນເຂົາງົວໂຕຜູ້ ຍອດເຫລົ່ານັ້ນເຮັດເປັນເນື້ອດຽວກັນກັບແທ່ນບູຊາ. ແລະເຈົ້າຕ້ອງຫຸ້ມດ້ວຍທອງແດງ.