lo_exo_text_ulb_l3/39/32.txt

1 line
1.1 KiB
Plaintext

\v 32 ດັ່ງນັ້ນວຽກສຳລັບຫໍເຕັນ, ຫໍເຕັນນັດພົບ, ກໍສຳເລັດລົງ. ປະຊາຊົນອິສະຣາເອນກໍເຮັດຢ່າງນັ້ນທຸກປະການ. ພວກເຂົາໄດ້ເຮັດຕາມຄຳສັ່ງທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງໂມເຊ. \v 33 ພວກເຂົາຈຶ່ງໄດນຳຫໍເຕັນມາໃຫ້ໂມເຊ—ທັງເຕັນ ແລະເຄື່ອງໃຊ້ທຸກອັນ, ຂໍແກະ, ໂຄງໄມ້, ກອນ, ເສົາ, ແລະຖານຮອງຮັບເສົາ; \v 34 ພວກເຂົາໄດ້ຄຸມຫໍເຕັນດ້ວຍຫນັງແກະໂຕຜູ້ຍ້ອມສີແດງ, ຄຸມດ້ວຍຫນັງງົວທະເລ, ແລະຜ້າກັ້ງສຳລັບບັງຕາ. \v 35 ຫິີບແຫ່ງຄຳພະຍານ, ໄມ້ຄານຫາມ ແລະຝາຫິີບໄຖ່ບາບ.