lo_exo_text_ulb_l3/36/02.txt

1 line
1.1 KiB
Plaintext

\v 2 ໂມເຊຈຶ່ງໄດ້ເອີ້ນເບຊາເລນ ແລະໂອໂຮລຽບ ແລະຊ່າງຝິມືທຸກຄົນ ຊຶ່ງພຣະຢາເວປະທານສະຕິປັນຍາໄວ້ໃນໃຈຂອງເຂົາ, ແລະຄືຄົນທີເຕັມໃຈມາ ແລະເຮັດວຽກ. \v 3 ພວກເຂົາໄດ້ຮັບສີ່ງຂອງຖວາຍທຸກຢ່າງມາຈາກໂມເຊ ຄືສີ່ງຂອງຖວາຍທີ່ຊາວອິສະຣາເອນໄດ້ນຳມາຖວາຍເພື່ອສ້າງສະຖານບໍຣິສຸດ. ປະຊາຊົນຍັງນຳບັນດາເຄື່ອງຖວາຍມາໃຫ້ໂມເຊດ້ວຍຄວາມເຕັມໃຈອີກທຸກເຊົ້າ. \v 4 ດັ່ງນັ້ນຊ່າງຝີມືທຸກຄົນທີ່ກໍາເຮັດວຽກເພື່ອສະຖານບໍຣິສຸດນັ້ນ ຕ່າງກໍໄດ້ປະລະຈາກວຽກຂອງຕົນທີ່ໄດ້ເຮັດຢູ່.