lo_exo_text_ulb_l3/34/10.txt

1 line
1.2 KiB
Plaintext

\v 10 ພຣະຢາເວກ່າວວ່າ, "ເບີ່ງແມ້, ເຮົາຈະເຮັດພັນທະສັນຍາ, ຕໍ່ຫນ້າປະຊາຊົນຂອງເຮົາທັງຫມົດ, ເຮົາຈະເຮັດການອັດສະຈັນ ຊຶ່ງບໍ່ມີໃຜເຄີຍເຮັດໃນທົ່ວແຜ່ນດີນໂລກ ຫລືໃນຊົນຊາດໃດໆທັງປວງ. ປະຊາຊົນທັງຫມົດ ຊຶ່ງເຈົ້າຢູ່ທ່າມກາງເຈົ້ານັ້ນ, ຈະໄດ້ເຫັນຣາຊະກິດຂອງເຮົາ, ເພາະເຮົາຈະເຮັດສີ່ງນີ້ ເພື່ອພວກເຈົ້າຈະເປັນສີ່ງທີ່ຫນ້າຢ້ານກົວ. \v 11 ຈົ່ງເຊື່ອຟັງສີ່ງທີ່ເຮົາໄດ້ສັ່ງພວກເຈົ້າໃນມື້ນີ້. ເຮົາຈະຂັບໄລ່ຊາວອະໂມຮິດ, ຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ ໄປໃຫ້ພົ້ນຫນ້າພວກເຈົ້າ.