lo_exo_text_ulb_l3/29/15.txt

1 line
1.1 KiB
Plaintext

\v 15 ເຈົ້າຕ້ອງນຳແກະຜູ້ໂຕຫນຶ່ງມາ, ແລະອາໂຣນ ແລະບັນດາລູກຊາຍຂອງລາວຕ້ອງວາງມືເທິງຫົວແກະນັ້ນ. \v 16 ເຈົ້າຕ້ອງຂ້າແກະໂຕນັ້ນ ແລະເອົາເລືອດພົມໄປຮອບໆແທ່ນບູຊາ. \v 17 ເຈົ້າຕ້ອງຕັດແກະໂຕນັ້ນອອກເປັນຕ່ອນໆ ແລະລ້າງເຄື່ອງໃນກັບຂາມັນ, ແລະເຈົ້າຕ້ອງວາງເຄື່ອງໃນໄວ້ກັບສ່ວນອື່ນໆ, ແລະພ້ອມກັບຫົວຂອງມັນ. \v 18 ເທິງແທ່ນບູຊານັ້ນຈົ່ງເຜົາແກະໂຕຜູ້ທັງໂຕ. ເປັນເຄື່ອງເຜົາຖວາຍບູຊາແດ່ພຣະຢາເວ, ເປັນກີ່ນທີ່ຫອມ, ເປັນເຄື່ອງຖວາຍບູຊາດ້ວຍໄຟແດ່ພຣະຢາເວ.