lo_exo_text_ulb_l3/12/09.txt

1 line
1.0 KiB
Plaintext

\v 9 ຢ່າກິນຊີ້ນດິບ ຫລືຕົ້ມໃນນໍ້າ. ແຕ່ຈົ່ງປີ້ງແທນ, ຄືປີ້ງສ່ວນຫົວ, ສ່ວນຂາ ແລະ ສ່ວນເຄື່ອງໃນຂອງມັນໄປແທນ. \v 10 ພວກເຈົ້າຕ້ອງກິນບໍ່ໃຫ້ເຫລືອໄວ້ຮອດຕອນເຊົ້າ. ພວກເຈົ້າຕ້ອງເຜົາເສຍ ຖ້າຍັງມີເສດເຫລືອຮອດຕອນເຊົ້າ. \v 11 ນີ້ເປັນວິທີທີ່ພວກເຈົ້າຈະກິນມັນ: ໃຫ້ໃສ່ສາຍແອວຂອງພວກເຈົ້າກຽມພ້ອມ, ໃສ່ເກີບທີ່ຕີນຂອງພວກເຈົ້າ, ແລະ ຖືໄມ້ຄ້ອນເທົ້າໄວ້ໃນມື. ພວກເຈົ້າຕ້ອງຟ້າວກິນຢ່າງເລັ່ງດ່ວນ. ນີ້ແມ່ນການກິນປັດສະຄາຂອງພຣະຢາເວ.