lo_exo_text_ulb_l3/12/03.txt

1 line
1.1 KiB
Plaintext

\v 3 ຈົ່ງສັ່ງໃນທີ່ຊຸມນຸມຊາວອິສະຣາເອນວ່າ, 'ໃນວັນທີສິບເດືອນນີ້ ໃຫ້ພວກເຂົາແຕ່ລະຄົນເອົາລູກແກະ ຫລືແບ້ຫນຸ່ມໂຕຫນຶ່ງສຳລັບພວກເຂົາ, ແຕ່ລະຄອບຄົວຈົ່ງເຮັດຢ່າງນີ້ຄື, ລູກແກະຄອບຄົວລະຫນຶ່ງໂຕ. \v 4 ຖ້າຄອບຄົວໃດມີຄົນຫນ້ອຍເກີນໄປສຳລັບລູກແກະຫນຶ່ງໂຕ, ກໍໃຫ້ຊາຍຄົນນັ້ນ ແລະເພື່ອນບ້ານຂອງລາວ ເອົາຊີ້ນລູກແກະ ຫລືແບ້ຫນຸ່ມທີ່ຈະພຽງພໍສຳລັບຈຳນວນຄົນ. ຄືຈະຕ້ອງພຽງພໍສຳລັບທຸກຄົນທີ່ຈະກິນ, ດັ່ງນັ້ນພວກເຂົາຈະຕ້ອງເອົາຊີ້ນຢ່າງພຽງພໍທີ່ຈະລ້ຽງພວກເຂົາທັງຫມົດ.