lo_exo_text_ulb_l3/02/23.txt

1 line
1.1 KiB
Plaintext

\v 23 ເມື່ອເວລາໄດ້ຜ່ານໄປດົນນານ, ກະສັດຂອງປະເທດເອຢີບໄດ້ຕາຍໄປ. ຊາວອິດສະຣາເອນຕ່າງໂອ່ຍຄາງ ເພາະວຽກຫນັກເໜຶອນດັ່ງທາດ ເຂົາທັງຫລາຍໄດ້ຮ້ອງຂໍຄວາມຊ່ວຍເຫລືອ, ແລະຄຳອະຖິຖານຂອງພວກເຂົາກໍຂື້ນໄປເຖີງພຣະເຈົ້າ ເພາະເຫດທີພວກເຂົາເປັນທາດນັ້ນ. \v 24 ເມຶ່ອພຣະເຈົ້າໄດ້ຍີນສຽງໂອ່ຍຄາງຂອງພວກເຂົາ ພຣະເຈົ້າຈົດຈຳພັນທະສັນຍາທີໄດ້ເຮັດໄວ້ກັບອັບຣາຮາມ, ກັບອິຊາກ, ແລະກັບຢາໂຄບ. \v 25 ພຣະເຈົ້າເຫັນຊາວອິດສະຣາເອນ ແລ້ວພຣະເຈົ້າຮູ້ເຖີງສະພາບຄວາມເປັນໄປຂອງພວກເຂົາ.