lo_exo_text_ulb_l3/36/08.txt

1 line
1.1 KiB
Plaintext

\v 8 ດັ່ງນັ້ນຊ່າງສີມືທຸກຄົນໃນຫມູ່ພວກເຂົາໄດ້ສ້າງຫໍເຕັນ ດ້ວຍຜ້າກັ້ງສິບຜືນ ທີ່ເຮັດຈາກຜ້າປ່ານເນື້ອດີ ແລະດ້ານຂົນແກະສີຟ້າ, ສີມ່ວງ, ສີແດງເຂັ້ມ ຊຶ່ງອອກແບບເປັນຮູບພາບເຄຣູບຕ່າງໆ. ນີ້ເປັນວຽກຂອງເບຊາເລນ, ຊຶ່ງເປັນຊ່າງສີມືທີ່ເກັ່ງຫລາຍ. \v 9 ຄວາມຍາວຂອງຜ້າກັ້ງແຕ່ລະຜືນຄືຊາວແປດສອກ, ກວ້າງສີ່ສອກ. ຜ້າກັ້ງທັງຫມົດມີຂະຫນາດເທົ່າກັນ. \v 10 ເບຊາເລນໄດ້ເອົາຜ້າກັ້ງຫ້າຜືນແກະຕິດກັນ, ແລະອີກຫ້າຜືນນັ້ນກໍໄດ້ແກະຕິດກັນດ້ວຍ.