lo_exo_text_ulb_l3/03/19.txt

1 line
1.5 KiB
Plaintext

\v 19 ແຕ່ເຮົາຮູ້ວ່າກະສັດເອຢິບ ຈະບໍ່ຍອມປ່ອຍພວກເຈົ້າໄປ, ເວັ້ນແຕ່ມືຂອງເຂົາຈະຖືກບັງຄັບ. \v 20 ເຮົາຈະຢຽດມືຂອງເຮົາອອກ ແລະຕໍ່ສູ້ຊາວເອຢິບດ້ວຍການອັດສະຈັນທຸກຢ່າງ ທີ່ເຮົາຈະເຮັດທ່າມກາງພວກເຂົາ. ຫລັງຈາກນັ້ນ, ເຂົາກໍຈະຍອມປ່ອຍພວກເຈົ້າໄປ. \v 21 ເຮົາຈະໃຫ້ປະຊາຊົນເປັນທີພໍໃຈຂອງຊາວເອຢີບ, ດັ່ງນັ້ນເມື່ອເຈົ້າອອກໄປ, ເຈົ້າຈະບໍ່ຕ້ອງໄປມືເປົ່າ. \v 22 ຜູ້ຍີງທຸກຄົນຈະຮຽກຮ້ອງເອົາເງີນແລະຄຳ ແລະເສື້ອຜ້າຈາກພວກເພື່ອນບ້ານຊາວເອຢິບ ແລະຈາກພວກຜູ້ຍີງຄົນອື່ນໆ ທີ່ອາໃສຢູ່ໃນເຮືອນຂອງເພື່ອນບ້ານນັ້ນ. ພວກເຈົ້າຈະເອົາເຄື່ອງຈຳພວກນີ້ໄປ ນຸ່ງໃຫ້ພວກລູກຊາຍ ແລະລູກສາວຂອງພວກເຈົ້າ. ດ້ວຍວິທີນີ້ພວກເຈົ້າຈະຍຶດເອົາຈາກຊາວເອຢິບ."