lo_exo_text_ulb_l3/03/07.txt

1 line
1.2 KiB
Plaintext

\v 7 ພຣະເຈົ້າຢາເວກ່າວວ່າ, "ແນ່ນອນເຮົາໄດ້ເຫັນຄວາມທຸກຍາກຂອງປະຊາຊົນຂອງເຮົາ ທີ່ຢູ່ໃນເອຢີບແລ້ວ. ເຮົາໄດ້ຍີນສຽງຮ້ອງຂອງພວກເຂົາ ເນື່ອງຈາກພວກນາຍງານຂອງເຂົາ, ເພາະເຮົາຮັບຮູ້ເຖີງຄວາມທຸກຍາກຂອງພວກເຂົາ. \v 8 ເຮົາຈຶ່ງລົງມາເພື່ອຈະປົດປ່ອຍພວກເຂົາ ໃຫ້ເປັນອິດສະລະຈາກອຳນາດຂອງຊາວເອຢີບ ແລະນຳພວກເຂົາອອກຈາກແຜ່ນດີນນັ້ນ ໄປຍັງດີນແດນທີດີ, ດີນແດນກວ້າງໃຫຍ່,ດີນແດນທີ່ມີນໍ້ານົມແລະນໍ້າເຜີງໄຫລ່; ໄປຍັງບ່ອນຢູ່ຂອງຊາວການາອານ, ຊາວຮິດຕິ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ.