lo_exo_text_ulb_l3/03/04.txt

1 line
1.2 KiB
Plaintext

\v 4 ເມື່ອພຣະເຈົ້າຢາເວເຫັນວ່າ ລາວໄດ້ຫລຽວມາເບີ່ງ ພຣະເຈົ້າຈຶ່ງເປັ່ງສຽງອອກມາຈາກພຸ່ມໄມ້ ແລະກ່າວວ່າ, "ໂມເຊ, ໂມເຊ." ໂມເຊຕອບວ່າ, "ຂ້ານ້ອຍຢູ່ທີນີ້." \v 5 ພຣະເຈົ້າກ່າວວ່າ, "ຢ່າເຂົ້າມາໃກ້ກວ່ານີ້, ຈົ່ງປົດເກີບອອກຈາກຕີນຂອງເຈົ້າ, ເພາະວ່າບ່ອນທີເຈົ້າກຳລັງຢືນຢູ່ນີ້ເປັນບ່ອນຕັ້ງໄວ້ເພື່ອເຮົາ." \v 6 ພຣະອົງກ່າວອຶກວ່າ "ເຮົາເປັນພຣະເຈົ້າຂອງບີດາເຈົ້າ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ." ແລ້ວໂມເຊກຳປົກໜ້າຂອງລາວ, ເພາະລາວຢ້ານທີ່ຈະເບີ່ງພຣະເຈົ້າ.