lo_exo_text_ulb_l3/32/12.txt

1 line
1.7 KiB
Plaintext

\v 12 ເປັນຫຍັງຈະໃຫ້ຄົນເອຢິບກ່າວວ່າ,'ພຣະອົງນຳພວກເຂົາອອກມາເພື່ອຈະທຳຮ້າຍພວກເຂົາ, ເພື່ອຈະປະຫານພວກເຂົາເທີງພູນີ້ ແລະທຳລາຍພວກເຂົາເສຍຈາກແຜ່ນດີນໂລກ?' ຂໍພຣະອົງຫັນກັບຈາກຄວາມໂກດຮ້າຍອັນແຮງກ້າ ແລະ ຂໍປ່ຽນໃຈຢ່າລົງໂທດປະຊາຊົນຂອງພຣະອົງເຊັ່ນນີ້ເລີຍ. \v 13 ຂໍໂຜດລະນຶກເຖິງ ອັບຣາຮາມ ແລະ ອີຊາກ ແລະອິສະຣາເອນ, ຜູ້ຮັບໃຊ້ຂອງພຣະອົງ, ພຣະອົງເອງໄດ້ໃຫ້ຄຳປະຕິຍານ ແລະກ່າວກັບພວກເພີ່ນວ່າ,'ເຮົາຈະໃຫ້ເຊື້ອສາຍຂອງພວກເຈົ້າຢ່າງຫລວງຫລາຍ ເຫມືອນດັ່ງດວງດາວໃນຟ້າສະຫວັນ, ແລະເຮົາຈະຍົກແຜ່ນດີນນີ້ທັງຫມົດທີເຮົາສັນຍາໃຫ້ແກ່ ເຊື້ອສາຍຂອງພວກເຈົ້າ ພວກເຂົາຈະໄດ້ຮັບເປັນມໍຣະດົກຕະຫລອດໄປ.'" \v 14 ແລ້ວພຣະຢາເວຈຶ່ງປ່ຽນໃຈ ບໍ່ລົງໂທດຕາມທີ່ພຣະອົງໄດ້ກ່າວໄວ້ແກ່ປະຊາຊົນຂອງພຣະອົງ.