1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 15 ເຈົ້າຕ້ອງນຳແກະຜູ້ໂຕຫນຶ່ງມາ, ແລະອາໂຣນ ແລະບັນດາລູກຊາຍຂອງລາວຕ້ອງວາງມືເທີງຫົວແກະນັ້ນ. \v 16 ເຈົ້າຕ້ອງຂ້າແກະໂຕນັ້ນ ແລະເອົາເລືອດພົມໄປຮອບໆແທ່ນບູຊາ. \v 17 ເຈົ້າຕ້ອງຕັດແກະໂຕນັ້ນອອກເປັນຕອນໆ ແລະລ້າງເຄື່ອງໃນກັບຂາມັນ, ແລະເຈົ້າຕ້ອງວາງເຄື່ອງໃນໄວ້ກັບສ່ວນອື່ນໆ, ແລະພ້ອມກັບຫົວຂອງມັນ. \v 18 ເທີງແທ່ນບູຊານັ້ນຈົ່ງເຜົາແກະໂຕຜູ້ທັງໂຕ. ເປັນເຄື່ອງເຜົາຖວາຍບູຊາແດ່ພຣະຢາເວ, ເປັນກີ່ນທີຫອມ, ເປັນເຄື່ອງຖວາຍບູຊາດ້ວຍໄຟແດ່ພຣະຢາເວ. |