lo_exo_text_ulb_l3/27/09.txt

1 line
656 B
Plaintext

\v 9 ເຈົ້າຕ້ອງເຮັດລານຫໍເຕັນ. ຈະຕ້ອງມີຜ້າກັ້ງທາງດ້ານໃຕ້ຂອງລານ, ຜ້າກັ້ງເຮັດດ້ວຍຜ້າເລນີນດ້າຍຄູ່ຍາວຫນຶ່ງຮ້ອຍສອກ. \v 10 ຜ້າກັ້ງຈະຕ້ອງມີເສົາຊາວຕົ້ນ, ກັບຖານທອງແດງຊາວຖານ. ທຳນອງດຽວກັນຈະຕ້ອງມີພວກຂໍເງິນເພື່ອຈະເກາະເສົາ, ເຫມືອນກັບເງິນຍຶດເສົາຕ່າງໆ.