lo_exo_text_ulb_l3/18/24.txt

1 line
1.2 KiB
Plaintext

\v 24 ສະນັ້ນໂມເຊກໍເຊື່ອຟັງຖ້ອຍຄຳຂອງພໍ່ເຖົ້າຂອງລາວ ແລະເຮັດຕາມທີ່ລາວໄດ້ກ່າວທຸກປະການ. \v 25 ໂມເຊຈຶ່ງໄດ້ເລືອກຄົນທີ່ມີຄວາມສາມາດຈາກອິສະຣາເອນທັງຫມົດ ແລະ ຕັ້ງເຂົາໃຫ້ເປັນຫົວຫນ້າຂອງປະຊາຊົນ, ຜູ້ນໍາເຫລົ່ານີ້ດູແລພັນຄົນ, ຮ້ອຍຄົນ, ຫ້າສິບຄົນ, ແລະສິບຄົນ. \v 26 ພວກເຂົາໄດ້ພິພາກສາຄະດິຂອງປະຊາຊົນໃນສະຖານະການປົກກະຕິ. ໃນຄະດີຍາກໆພວກເຂົາກໍໄດ້ນຳໄປແຈ້ງໂມເຊ, ແຕ່ພວກເຂົາເອງພິພາກສາຄະດີນ້ອຍໆທັງຫມົດ. \v 27 ແລ້ວໂມເຊໄດ້ສົ່ງພໍ່ເຖົ້າຂອງລາວກັບໄປ, ແລະເຢທະໂຣກໍໄດ້ກັບໄປຍັງແຜ່ນດິນຂອງເພີ່ນເອງ.