lo_exo_text_ulb_l3/16/22.txt

1 line
1.1 KiB
Plaintext

\v 22 ຕໍ່ມາເມື່ອເຖີງມື້ທີຫົກ ພວກເຂົາເກັບອາຫານນັ້ນສອງເທົ່າ, ຄືສອງໂອເມີສຳລັບແຕ່ລະຄົນ. ຜູ້ນຳທັງຫມົດຂອງຊຸມຊົນຈຶ່ງໄດ້ເຂົ້າມາ ແລະບອກໂມເຊ. \v 23 ລາວກ່າວກັບພວກເຂົາວ່າ, "ນີ້ຄືສີ່ງທີພຣະຢາເວໄດ້ກ່າວໄວ້: 'ມື້ອື່ນເປັນວັກພັກຜ່ອນ, ເປັນສະບາໂຕບໍຣິສຸດ ເພື່ອໃຫ້ກຽດແດ່ພຣະຢາເວ, ຈົ່ງປິ້ງໃນສີ່ງທີພວກເຈົ້າຕ້ອງການປິ້ງ, ແລະຈົ່ງຕົ້ມໃນສີ່ງທີຕ້ອງການຕົ້ມ. ສ່ວນທີ່ເຫລຶອທັງຫມົດຂອງພວກເຈົ້າ, ຈົ່ງເກັບໄວ້ຈົນເຖີງຕອນເຊົ້າ.'"