lo_exo_text_ulb_l3/07/20.txt

1 line
1.4 KiB
Plaintext

\v 20 ໂມເຊກັບອາໂຣນຈຶ່ງເຮັດຕາມຄຳສັ່ງຂອງພຣະຢາເວ. ອາໂຣນຈຶ່ງຍົກໄມ້ຄ້ອນເທົ້າຂື້ນ ແລະຟາດລົງໃນນໍ້າໃນແມ່ນໍ້າ, ຕໍ່ຫນ້າຕໍ່ຕາຂອງຟາໂຣແລະຂ້າຣາດຊະການຂອງເພີ່ນ. ນໍ້າທັງຫມົດໃນແມ່ນໍ້າຈຶ່ງກາຍເປັນເລືອດ. \v 21 ປາໃນແມ່ນໍ້າຕາຍ, ແລະແມ່ນໍ້າເລີ່ມສົ່ງກີ່ນເຫມັນ. ຊາວເອຢິບບໍ່ອາດດື່ມນໍ້າຈາກແມ່ນໍ້າໄດ້, ແລະມີແຕ່ເລືອດຢູ່ເຕັມທົ່ວທຸກຫແຫ່ງໃນແຜ່ນດີນເອຢິບ. \v 22 ແຕ່ພວກນັກມາຍາກົນຂອງຊາວເອຢິບກໍເຮັດໄດ້ເຫມືອນກັນ. ດັ່ງນັ້ນໃຈຂອງຟາໂຣຈຶ່ງຍັງຄົງແຂງກະດ້າງ, ແລະປະຕິເສດຈີ່ຈະຟັງໂມເຊແລະອາໂຣນ, ເປັນໄປຕາມທີພຣະຢາເວກ່າວໄວ້ວ່າຈະເກີດຂື້ນເຊັ່ນນັ້ນ.