lo_exo_text_ulb_l3/16/31.txt

1 line
929 B
Plaintext

\v 31 ປະຊາຊົນອິສະຣາເອນເອີ້ນຊື່ອາຫານນັ້ນວ່າ "ມານາ." ເປັນເມັດສີຂາວເຫມືອນເມັດຜັກຊີ, ແລະມີຣົດຊາດເຫມືອນຂະຫນົມປະສົມນໍ້າເຜິ້ງ. \v 32 ໂມເຊໄດ້ກ່າວວ່າ, "ພຣະຢາເວໄດ້ສັ່ງໄວ້ວ່າ: 'ຈົ່ງຜອງມານາຫນຶ່ງໂອເມີ ເກັບໄວ້ຕະຫລອດຊົ່ວຊາດພັນຂອງເຈົ້າ ເພື່ອພວກເຂົາຈະໄດ້ເຫັນອາຫານ ຊຶ່ງເຮົາລ້ຽງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ, ຫລັງຈາກເຮົານຳພວກເຈົ້າອອກມາຈາກແຜ່ນດິນອີຢິບ.'"