lo_exo_text_ulb_l3/30/19.txt

1 line
1.0 KiB
Plaintext

\v 19 ອາໂຣນແລະບັນດາລູກຊາຍຂອງລາວຕ້ອງລ້າງມື ແລະຕີນຂອງພວກເຂົາດ້ວຍນໍ້າຈາກໃນອ່າງນັ້ນ. \v 20 ເມື່ອພວກເຂົາເຂົ້າໄປໃນເຕັ້ນນັດພົບ ຫລືເມື່ອພວກເຂົາເຂົ້າມາໃກ້ແທ່ນບູຊາ ເພື່ອຮັບໃຊ້ເຮົາດ້ວຍເຄື່ອງເຜົາບູຊາ, ພວກເຂົາຕ້ອງລ້າງດ້ວຍນໍ້າ ເພື່ອວ່າພວກເຂົາຈະບໍ່ຕາຍ. \v 21 ພວກເຂົາຕ້ອງລ້າງມື ແລະຕີນເພື່ອວ່າພວກເຂົາຈະບໍ່ຕາຍ. ແລະນີ້ຈະເປັນກົດບັນຍັດຕະລອດໄປສຳລັບອາໂຣນ ແລະ ບັນດາເຊື້ອສາຍຂອງລາວຕະຊົ່ວຊາດພັນຂອງພວກເຂົາ."