lo_exo_text_ulb_l3/26/36.txt

1 line
864 B
Plaintext

\v 36 ເຈົ້າຕ້ອງເຮັດຜ້າກັ້ງບັງຕາທີປະຕູທາງເຂົ້າຫໍເຕັນ. ເຈົ້າຕ້ອງເຮັດ້ວຍດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ແລະດ້ວຍຜ້າເລນີນສອງເສັ້ນ, ຊຶ່ງເປັນງານຊ່າງແສ່ວ. \v 37 ສຳລັບການແຂວນ, ເຈົ້າຕ້ອງເຮັດເສົາຫ້າຕົ້ນຈາກໄມ້ກະຖິນເທດ ແລະຫູ້ມດ້ວຍຄຳ. ຂໍຂອງເສົາເຫລົ່ານັ້ນຕ້ອງເຮັດດ້ວຍຄຳ, ແລະເຈົ້າຕ້ອງຫລໍ່ຖານທອງແດງຫ້າອັນສຳລັບຮອງຮັບເສົານັ້ນ.