lo_exo_text_ulb_l3/26/15.txt

1 line
900 B
Plaintext

\v 15 ເຈົ້າຕ້ອງເຮັດໂຄງໄມ້ທີຕັ້ງຊື່ສຳລັບຫໍເຕັນຈາກໄມ້ກະຖີນເທດ. \v 16 ຄວາມຍາວຂອງແຕ່ລະໂຄງໄມ້ນັ້ນໃຫ້ຍາວສິບສອກ, ແລະຄວາມກວ້າງຈະຕ້ອງເປັນຫນຶ່ງສອກເຄີ່ງ. \v 17 ໃຫ້ໂຄງໄມ້ ແຕ່ລະອັນມີສອງຫ້ອຍເພື່ອໃຫ້ຍຶດຕິດກັນແລະກັນ. ເຈົ້າຈົ່ງເຮັດໂຄງໄມ້ທຸກອັນຂອງຫໍເຕັນດ້ວຍວິທີນີ້. \v 18 ເມື່ອເຈົ້າເຮັດໂຄງໄມ້ສຳລັບຫໍເຕັນ, ເຈົ້າຕ້ອງເຮັດໂຄງຊາວສີ່ອັນສຳລັບດ້ານໃຕ້.