lo_exo_text_ulb_l3/13/08.txt

1 line
990 B
Plaintext

\v 8 ໃນມື້ນັ້ນ ຈົ່ງບອກລູກທັງຫລາຍຂອງເຈົ້າ, 'ການເຮັດສິ່ງນີ້ກໍ ເພາະພຣະຢາເວໄດ້ກະທຳເພື່ອເຮົາ ໃນຂະນະທີ່ເຮົາອອກມາຈາກອີຢິບ.' \v 9 ນີ້ຈະເປັນດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ, ແລະທີ່ຫນ້າຜາກຂອງເຈົ້າ. ນີ້ກໍເພື່ອພຣະບັນຍັດຂອງພຣະຢາເວຈະຢູ່ທີ່ປາກຂອງເຈົ້າ, ເພາະດ້ວຍພຣະຫັດອັນເຂັ້ມແຂງຂອງພຣະຢາເວທີ່ໄດ້ຊົງນໍາເຈົ້າອອກຈາກອີຢິບ. \v 10 ສະນັ້ນເຈົ້າຈົ່ງຮັກສາກົດເກນນີ້ຕາມກຳຫນົດທຸກໆປີໄປ.