lo_exo_text_ulb_l3/37/17.txt

1 line
1.3 KiB
Plaintext

\v 17 ລາວໄດ້ເຮັດຄັນຕະກຽງດ້ວຍຄຳບໍຣິສຸດໂດຍໃຊ້ຄ້ອນຕີຂື້ນຮູບ. ລາວໄດ້ເຮັດພ້ອມທັງຖານ ແລະລຳຕົວຂອງຄັນຕະກຽງ. ຈອກທັງຫລາຍ, ຮອງຕະກຽງ, ຖານໃບ, ແລະດອກຂອງມັນກໍເຮັດເປັນເນື້ອດຽວກັບຄັນຕະກຽງ. \v 18 ໃຫ້ກີ່ງຫົກກິ່ງຂະຫຍາຍອອກຈາກຄັນຕະກຽງຂ້າງຂອງມັນ - ຂ້າງລະສາມກິ່ງຂະຫຍາຍອອກຈາກຄັນ, ແລະອີກສາມກິ່ງຂະຫຍາຍອອກອີກຂ້າງຫນຶ່ງ. \v 19 ກິ່ງທຳອິດຈະຕ້ອງມີສາມ ຈອກເຮັດດ້ວຍອອກເອວມ້ອນ, ມີຖານໃບ, ແລະດອກ, ແລະອີກກິ່ງຫນຶ່ງມີສາມດອກເຮັດຄ້າຍດອກເອວມ້ອນ, ມີຖານໃບ ແລະດອກ. ຈະຕ້ອງເຫມືອນກັນທັງຫົກກິ່ງທີ່ຍືນອອກມາຈາກຄັນຕະກຽງ.