lo_exo_text_ulb_l3/34/15.txt

1 line
1.3 KiB
Plaintext

\v 15 ດັ່ງນັ້ນຈົ່ງລະວັງ ຢ່າເຮັດສັນຍາກັບຜູ້ທີອາໃສຢູ່ໃນແຜ່ນດີນນັ້ນ, ເພາະເມື່ອພວກເຂົານອກໃຈພະເຫລົ່ານັ້ນຂອງພວກເຂົາ, ແລະພວກເຂົາຖວາຍບູຊາແກພະເຫລົ່ານັ້ນຂອງພວກເຂົາ. ແລ້ວພວກເຂົາຈະເຊີນພວກເຈົ້າໄປຮ່ວມດ້ວຍ ແລະພວກເຈົ້າຈະກິນຂອງທີພວກເຂົາຖວາຍບູຊານັ້ນ, \v 16 ແລ້ວເມື່ອພວກເຈົ້າຈະຮັບບັນດາລູກຍິງຂອງພວກເຂົາມາໃຫ້ແກ່ບັນດາລູກຊາຍຂອງພວກເຈົ້າ, ແລະບັນດາລູກຍິງຂອງເຂົາຈະເຮັດໃຫ້ລູກຊາຍຂອງພວກເຈົ້ານັ້ນ ຈະນອກໃຈເຮົາຫັນໄປກາພະເຫລົ່ານັ້ນຂອງພວກເຂົາ. \v 17 ຈົ່ງຢ່າຫລໍ່ບັນດາຮູບພະທີ່ເຮັດຈາກໂລຫະໄວ້ສຳລັບຕົນເອງ.