lo_exo_text_ulb_l3/32/25.txt

1 line
1.3 KiB
Plaintext

\v 25 ໂມເຊເຫັນປະຊາຊົນບໍ່ສາມາດຄວບຄຸມໄດ້ (ເພາະອາໂຣນໄດ້ປ່ອຍພວກເຂົາທັງຫລາຍຈົນບໍ່ສາມາດຄວບຄຸມໄດ້, ເປັນເຫດໃຫ້ພວກເຂົາຖືກພວກສັດຕູຂອງພວກເຂົາເຢາະເຢີ້ຍ.) \v 26 ແລ້ວໂມເຊຢືນຢູທີປະຕູຄ້າຍ ແລະເວົ້າວ່າ, "ຜູ້ໃດເປັນຝ່າຍພຣະຢາເວ, ຈົ່ງມາຫາເຮົາເຖີດ." ຄົນເລວີທັງຫມົດກໍໄດ້ມາຫາລາວພ້ອມກັນ. \v 27 ໂມເຊຈຶ່ງກ່າວກັບພວກເຂົາວ່າ, "ພຣະຢາເວ ພຣະເຈົ້າຂອງອິສະຣາເອນ, ກ່າວດັ່ງນີ້ວ່າ: 'ແຕ່ລະຄົນ ຈົ່ງເຫນັບດາບແນບກາຍ ແລະໄປມາຕາມປະຕູຄ້າຍບ່ອນຫນຶ່ງ ໄປອີກບ່ອນຫນຶ່ງຮອບຄ້າຍ, ແລະຂ້າທຸກຄົນແມ້ເປັນພີ່ນ້ອງ, ມິດສະຫາຍ, ແລະເພື່ອນບ້ານຂອງເຂົາເອງກໍຕາມ.'"