lo_exo_text_ulb_l3/28/21.txt

1 line
1.1 KiB
Plaintext

\v 21 ອັນຍະມະນີທັງຫລາຍຕ້ອງຈັດລຽງຕາມຊື່ຂອງລູກຊາຍຂອງອິສະຣາເອນສິບສອງຄົນ, ໄວ້ຕາມລໍາດັບຊື່. ພວກຫິນນັ້ນຕ້ອງຕ້ອງສະຫລັກເຫມືອນແກະສະຫລັກກາ, ແຕ່ລະຊື່ຈະແທ່ນແຕ່ລະເຜົ່າຈາກສິບສອງເຜົ່າ. \v 22 ເຈົ້າຕ້ອງເຮັດເສື້ອຮັດເອີກ ລັກຊະນະຄ້າຍເຊືອກຖັກເຂົ້າກັນ, ເປັນວຽກຖັກດ້ວຍຄຳບໍຣິສຸດ. \v 23 ເຈົ້າຕ້ອງເຮັດຫູຄຳສອງຫູສຳລັບເສື້ອຮັດເອີກ ແລະຕ້ອງຕິດທີມູມເທີງທັງສອງຂອງເສື້ອຮັດເອີກ. \v 24 ເຈົ້າຕ້ອງຕິດຫູສອງຫູທີ່ມູມສອງມູມຂອງຜ້າທັບເອີກ.